469 - Lansing

ແບບສໍາຫຼວດການພົວພັນກັບຄອບຄົວ—ເວີຊັນທີ 2

Change Language / Cambiar idioma / Thay đổi ngôn ngữ / ဘာသာစကား ကိုပောငးပ / Badilisha Lugha / تغيير اللغة / 更改语言 / 언어 변경 / Sprache wechseln / Korsi af

ກະລຸນາເລືອກໂຮງຮຽນຂອງທ່ານ.

ການກະທຳ: ທິດທາງ: ກະລຸນາເລືອກຄໍາຕອບທີ່ອະທິບາຍກ່ຽວກັບໂຮງຮຽນຂອງລູກທ່ານໄດ້ດີທີ່ສຸດ. ຄໍາຕອບສ່ວນບຸກຄົນຈະບໍ່ຖືກແບ່ງປັນ ຫຼື ເຊື່ອມໂຍງກັບລູກ ຫຼື ຄອບຄົວຂອງທ່ານ. ຖ້າລາຍການໃດໜຶ່ງບໍ່ຖືກກັບທ່ານ, ກະລຸນາປະມັນໃຫ້ເປົ່າວ່າງ. ຂໍ້ມູນຈະຖືກນໍາໃຊ້ເພື່ອຊ່ວຍໃຫ້ໂຮງຮຽນຂອງທ່ານພົວພັນກັບຄອບຄົວໄດ້ດີຂຶ້ນໃນການຮຽນຮູ້ຂອງລູກຂອງເຂົາເຈົ້າ.
ທ່ານມີລູກທີ່ຮັບການບໍລິການສຶກສາແບບພິເສດ (IEP, IFSP) ຢູ່ໂຮງຮຽນນີ້ບໍ?
ບໍ່ເຫັນດີຢ່າງຍິ່ງ ບໍ່ເຫັນດີ ປານກາງ ເຫັນດີ ເຫັນດີຢ່າງຍິ່ງ ບໍ່ກ່ຽວຂ້ອງ
ພະນັກງານໂຮງຮຽນ (ຜູ້ອໍານວຍການ, ຄູອາຈານ, ທີ່ປຶກສາ, ພະນັກງານຫ້ອງການ) ຍິນດີຕ້ອນຮັບຄອບຄົວຂອງຂ້ອຍ.
ພະນັກງານໂຮງຮຽນສອບຖາມຄວາມເຫັນຂອງຂ້ອຍເພື່ອມີຄວາມເຂົ້າໃຈກ່ຽວກັບລູກ ແລະ ຄອບຄົວຂອງຂ້ອຍໃຫ້ດີຂຶ້ນ.
ຂ້ອຍຮູ້ສຶກວ່າລູກຂອງຂ້ອຍໄດ້ຮັບຄວາມສໍາຄັນ ແລະ ການເບິ່ງແຍງໃນໂຮງຮຽນແຫ່ງນີ້.
ພະນັກງານໂຮງຮຽນໃຫ້ຄວາມສໍາຄັນແກ່ຄວາມແຕກຕ່າງ ແລະ ຄວາມສະເພາະຂອງຄອບຄົວຂອງຂ້ອຍ.
ບໍ່ເຫັນດີຢ່າງຍິ່ງ ບໍ່ເຫັນດີ ປານກາງ ເຫັນດີ ເຫັນດີຢ່າງຍິ່ງ ບໍ່ກ່ຽວຂ້ອງ
ຂ້ອຍໄດ້ຮັບແຈ້ງກ່ຽວກັບງານທີ່ມີມາເຖິງ ແລະ ວິທີຕິດຕໍ່ພະນັກງານຂອງໂຮງຮຽນ.
ພະນັກງານຂອງໂຮງຮຽນສື່ສານກັບຂ້ອຍເປັນພາສາທີ່ຂ້ອຍໃຊ້ ໂດຍໃຊ້ຄໍາເວົ້າທີ່ເຂົ້າໃຈງ່າຍ.
ຄູອາຈາກແຈ້ງຂ້ອຍເປັນປະຈໍາກ່ຽວກັບສິ່ງລູກຂອງຂ້ອຍຮຽນ.
ພະນັກງານຂອງໂຮງຮຽນແຈ້ງຂ້ອຍເປັນປະຈໍາກ່ຽວກັບຄວາມຄືບໜ້າຂອງລູກຂ້ອຍດ້ວຍຂໍ້ມູນທີ່ເຂົ້າໃຈງ່າຍ.
ຄູອາຈານຕິດຕໍ່ຂ້ອຍເພື່ອບອກຂ້ອຍເຖິງສິ່ງຕ່າງໆກ່ຽວກັບລູກຂອງຂ້ອຍ.
ບໍ່ເຫັນດີຢ່າງຍິ່ງ ບໍ່ເຫັນດີ ປານກາງ ເຫັນດີ ເຫັນດີຢ່າງຍິ່ງ ບໍ່ກ່ຽວຂ້ອງ
ຂ້ອຍສາມາດຊອກຫາຂໍ້ມູນໄດ້ຢ່າງງ່າຍດາຍ ກ່ຽວກັບຄວາມກ້າວໜ້າຂອງລູກຂ້ອຍ(ການກວດກາ, ການມອບໝາຍວຽກ, ການເຂົ້າຮຽນ).
ໂຮງຮຽນຂອງຂ້ອຍໃຫ້ຂໍ້ມູນທີ່ມີປະໂຫຍດກ່ຽວກັບວິທີສະໜັບສະໜູນການຮຽນຂອງລູກຂ້ອຍຢູ່ເຮືອນ.
ໃນລະຫວ່າງການປະຊຸມ, ຄູອາຈານ ແລະ ຂ້ອຍໄດ້ແລກປ່ຽນຂໍ້ມູນທີ່ມີປະໂຫຍດກ່ຽວກັບຈຸດແຂງ ແລະ ສິ່ງທ້າທາຍຂອງລູກຂ້ອຍ.
ຄູອາຈານຊ່ວຍລູກຂອງຂ້ອບເຫັນຈຸດແຂງສ່ວນຕົວ ແລະ ໃນດ້ານການຮຽນ..
ບໍ່ເຫັນດີຢ່າງຍິ່ງ ບໍ່ເຫັນດີ ປານກາງ ເຫັນດີ ເຫັນດີຢ່າງຍິ່ງ ບໍ່ກ່ຽວຂ້ອງ
ພະນັກງານຂອງໂຮງຮຽນສົ່ງເສີມໃຫ້ຂ້ອຍແບ່ງປັນສິ່ງທີ່ກັງວົນກ່ຽວກັບການຮຽນ, ສັງຄົມ ແລະ ການເປັນຢູ່ທີ່ດີທາງອາລົມຂອງລູກຂ້ອຍ.
ພະນັກງານຂອງໂຮງຮຽນຖືວ່າຂ້ອຍເປັນຄູ່ຮ່ວມງານທີ່ສໍາຄັນໃນການຕັດສິນໃຈສິ່ງທີ່ດີທີ່ສຸດສໍາລັບລູກຂອງຂ້ອຍ.
ຂ້ອຍເຊື່ອໝັ້ນໃນການບໍລິຫານຂອງໂຮງຮຽນໃນການຕັດສິນໃຈໃນສິ່ງທີ່ດີທີ່ສຸດສໍາລັບນັກຮຽນທຸກຄົນ.
ຂ້ອຍມີໂອກາດສະແດງຄວາມຄິດເຫັນເຂົ້າໃນນະໂຍບາຍ, ແຜນງານ ແລະ ຄວາມພະຍາຍາມໃນການປັບປຸງຂອງໂຮງຮຽນ.
ບໍ່ເຫັນດີຢ່າງຍິ່ງ ບໍ່ເຫັນດີ ປານກາງ ເຫັນດີ ເຫັນດີຢ່າງຍິ່ງ ບໍ່ກ່ຽວຂ້ອງ
ໂຮງຮຽນຮ່ວມງານກັບຫົວໜ່ວຍທຸລະກິດ ແລະ ອົງກອນໃນຊຸມຊົນໃນລັກສະນະທີ່ສົ່ງເສີມການຮຽນຮູ້ຂອງນັກຮຽນ (ໂອກາດໃນການອາສາສະມັກ, ທັດສະນະສຶກສາ, ວິທະຍາກອນ, ການໃຫ້ຄໍາປຶກສາ, ຫຼັກສູດລະດູຮ້ອນ ແລະ ຫຼັກເລີກຮຽນ).
ການຮ່ວມງານກັບຫົວໜ່ວຍທຸລະກິດ ແລະ ອົງກອນໃນຊຸມຊົນຊ່ວຍຂະຫຍາຍການຮັບຮູ້ ແລະ ການມີສ່ວນຮ່ວມຂອງລູກຂ້ອຍໃນຊຸມຊົນຂອງພວກເຮົາ.
ໂຮງຮຽນຊ່ວຍບັນດາຄອບຄົວເຊື່ອມຕໍ໋ກັບຊັບພະຍາກອນ ແລະ ການສະໜັບສະໜູນໃນຊຸມຊົນທີ່ຈໍາເປັນ.

ແບບສໍາຫຼວດການພົວພັນກັບຄອບຄົວ ແມ່ນຖືກເລີ່ມນໍາໃຊ້ໂດຍຜູ້ນໍາໂຮງຮຽນ ເພື່ອກໍານົດຂົງເຂດທີ່ຕ້ອງປັບປຸງໃນການພົວພັນກັບຄອບຄົວຂອງໂຮງຮຽນ. ຄໍາຕອບສ່ວນບຸກຄົນຈະບໍ່ຖືກແບ່ງປັນ ຫຼື ເຊື່ອມໂຍງກັບລູກ ຫຼື ຄອບຄົວຂອງທ່ານ. ຄໍາຖາມກ່ຽວກັບແບບສໍາຫຼວດການພົວພັນກັບຄອບຄົວ ແມ່ນສາມາດສົ່ງຫາຜູ້ບໍລິຫານໂຮງຮຽນ ຫຼື ທີ່ agaumer@ku.edu.